ກອງປະຊຸມສຳມະນາຄັ້ງທີ 3 ຂອງສູນຂໍ້ມູນຂ່າວສານພາບຖ່າຍດາວທຽມຈີນ-ອາຊຽນ
ເພື່ອເປັນການເພີ່ມທະວີການຮ່ວມມືໃນຂົງເຂດສໍາຫຼວດວັດແທກ ເວົ້າລວມ ເວົ້າສະເພາະແມ່ນຂົງເຂດພາຍຖ່າຍດາວທຽມ (ການສໍາຫລວດໄລຍະໄກ) ລະຫວ່າງ ສປ.ຈີນ ກັບບັນດາປະເທດອາຊຽນ ພ້ອມທັງເປັນການປຶກສາຫາລືໃນການສ້າງກົນໄກຮ່ວມມືຫລາຍຝ່າຍຢ່າງຫມັ້ນຄົງ ແລະ ຍາວນານ, ຊຸກຍູ້ການແລກປ່ຽນຂໍ້ມູນຮອບດ້ານ ແລະ ການນຳໃຊ້ດາວທຽມຊັບພະຍາກອນທຳມະຊາດຂອງຈີນຢ່າງເລິກເຊີ່ງ ແລະ ມີປະສິດທິພາບ, ຄະນະຮັບຜິດຊອບຊີ້ນໍາລວມ ແລະ ຄະນະຮັບຜິດຊອບດ້ານວິຊາການໄດ້ຈັດກອງປະຊຸມສໍາມະນາຂອງຕົນຂຶ້ນຢູ່ນະຄອນໜານໜິງແຂວງກວາງຊີຂອງປະເທດສປ.ຈີນ ໃນລະຫວ່າງວັນທີ ວັນທີ 17-21 ພຶດສະພາ2023ທີ່ຜ່ານມາຊຶ່ງມີຜູ້ຕາງໜ້າຈາກອົງການທີ່ຮັບຜິດຊອບວຽກງານ ດາວທຽມແລະຂໍ້ມູນຂ່າວສານພູມສາດຂອງ 9 ປະເທດອາຊຽນ ຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ, ຫວຽດນາມພ້ອມທັງຜູ້ຕາງໜ້າຈາກຂະແໜງການອຸດສາຫະກຳສປ.ຈີນ ເຂົ້າຮ່ວມລວມທັງໝົດ 120 ທ່ານ.ຕາງໜ້າຈາກ ສປປ ລາວທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວແມ່ນທ່ານ ປອ. ນາງ ອໍາມາລາ ແກ້ວໜູຈັນ, ຫົວໜ້າກົມແຜນທີ່ແຫ່ງຊາດ (ໃນນາມຄະນະຮັບຜິດຊອບຊີ້ນໍາລວມ) ແລະ ທ່ານ ບຸນເພັງ ແພງຂັວນ ຫົວໜ້າພະແນກ ພາບຖ່າຍ (ໃນນາມສະມາຊິກຂອງຄະນະຮັບຜິດຊອບດ້ານວິຊາການ).
ກອງປະຊຸມສຳມະນາດັ່ງກ່າວແມ່ນເວທີສຳຄັນສຳລັບການຮ່ວມມືສາກົນລະຫວ່າງຈີນກັບອາຊຽນໃນຂົງເຂດສໍາຫຼວດວັດແທກໄລຍະໄກ (ຮູບຖ່າຍດາວທຽມ) ໄດ້ຈັດຂຶ້ນເປັນປະຈຳທຸກປີເພື່ອຊຸກຍູ້ການແລກປ່ຽນແລະການພົວພັນຮ່ວມມືກ່ຽວກັບ ເຕັກໂນໂລຊີຂໍ້ມູນຂ່າວສານພູມສາດລະຫວ່າງຈີນກັບບັນດາປະເທດອາຊຽນ ເປັນການຍົກລະດັບຄວາມອາດສາມາດຂອງຂະແໜງການດັ່ງກ່າວໃຫ້ມີທ່າກ້າວຕາມຍຸກສະໄໝຂອງການພັດທະນາ.
ສໍາລັບ ສປປ ລາວ, ໄດ້ມີການພົວພັນຮ່ວມມືກັບ ອົງການຮູບຖ່າຍດາວທຽມ ສປ. ຈີນມາຕັ້ງແຕ່ປີ 2016 ໃນໄລຍະຜ່ານມາ ທັງສອງຝ່າຍໄດ້ຮ່ວມມືກັນຈັດຕັ້ງປະຕິບັດໂຄງການຮ່ວມກັນເຊັ່ນ: ການຝຶກອົບຮົມຍົກລະດັບທາງດ້ານວິຊາສະເພາະໃຫ້ແກ່ພະນັກງານວິຊາການຈໍານວນ 04 ທ່ານ, ສຶກສາຄົ້ນຄ້ວາການນໍາໃຊ້ຮູບຖ່າຍດາວທຽມ ZY3 ເຂົ້າໃນການດັດແກ້ແຜນທີ່ໃນບາງເຂດ, ບາງມາດຕາສ່ວນ, ຮ່ວມປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນລະຫວ່າງກັນ ເຫຼົ່ານີ້ເປັນຕົ້ນ.