ກອງປະຊຸມສໍາມະນາຂອງຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດ ປຶກສາຫາລືກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານພູມສາດ
ກອງປະຊຸມດັ່ງກ່າວ ໄດ່ຈັດຂື້ນທີ່ເມືອງວັງວຽງ ແຂວງວຽງຈັນ ເປັນເວລາ ສາມວັນ, ແຕ່ວັນທີ 3 – 5 ມິຖຸນາ 2015 ໂດຍມີສະມາຊິກຂອງຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດເຂົ້າຮ່ວມ ຄົ້ນຄ້ວາປຶກສາຫາລືກ່ຽວກັບຄວາມເຂົ້າໃຈ ແລະ ຄວາມສໍາຄັນຂອງການຜະລິດຂໍ້ມູນພູມສາດທີ່ໄດ້ມາດຕະຖານ ແລະ ມາດຕະຖານທາງດ້ານເຕັກນິກ ແລະ ນະໂຍບາຍສໍາລັບການແລກປ່ຽນຂໍ້ມູນຂ່າວສານພູມສາດ.
ວັດຖຸປະສົຫຼັກຂອງກອງປະຊຸມແມ່ນເພື່ອສ້າງຄວາມເປັນເອກະພາບກ່ຽວກັບນະໂຍບາຍ ແລະ ລະບຽບການຂອງການແລກປ່ຽນຂໍ້ມູນ. ການຮ່ວມມື ແລະ ປະສານງານຂອງບັນດາກະຊວງທີ່ກ່ຽວຂ້ອງ ສໍາລັບວຽກງານດ້ານຂໍ້ມູນຂ່າວສານພູມສາດ ແມ່ນມີຄວາມຈໍາເປັນ, ເນື່ອງຈາກວ່າ ຍັງບໍ່ທັນມີຂໍ້ກໍານົດທົ່ວໄປກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານພູມສາດ ຫຼື ຍັງບໍ່ທັນມີໜ່ວຍງານພາກລັດທີ່ຕັດສິນກ່ຽວກັບມາດຕະຖານ ແລະ ການປະຕິບັດການດ້ານການສ້າງ, ສະໜອງ ແລະ ແລກປ່ຽນຂໍ້ມູນພູມສາດ. ຫຼາຍໜ່ວຍງານມີມາດຕະຖານ ແລະ ວິທີການປະຕິບັດຂອງຕົນເອງ ເຊິ່ງບໍ່ຄ່ອຍຈະເຊື່ອມໂຍງກັນ. ຄະນະກໍາມະການພູມສາດແຫ່ງຊາດ ສະໜັບສະໜູນໃຫ້ມີມາດຕະຖານທີ່ເປັນເອກະພາບ ແລະ ສົ່ງເສີມການແລກປ່ຽນຂໍ້ມູນຂ່າວສານພູມສາດລະ ຫ່ວາງບັນດາອົງການຈັດຕັ້ງລັດ ເພື່ອຫຼີກລ້ຽງການເຮັດວຽກຊໍ້າກັນ.
ທ່ານ ບົວສົດ ສຸວັນນະກຸມມານ, ຫົວໜ້າກົມແຜນທີ່ແຫ່ງຊາດ ທັງເປັນປະທານຄະນະກໍາມະການຂໍ້ມູນຂ່າວສານພູມສາດແຫ່ງຊາດ ກ່າວວ່າ ການມີລະບົບທີ່ເປັນມາດຖະຕານສໍາລັບການນໍາໃຊ້ ແລະ ແລກປ່ຽນຂໍ້ມູນພູມສາດ ແມ່ນສໍາຄັນຫຼາຍ: “ການປະສານງານກັນກ່ຽວກັບການເກັບກໍາຂໍ້ມູນ ລວມທັງການນໍາໃຊ້ແຜນທີ່ທີ່ໄດ້ມາດຕະຖານ ໃນທົ່ວອົງການຈັັດຕັ້ງຂອງລັດຖະບານ ແມ່ນຄວາມຄວາມສໍາຄັນອັນຕົ້ນຕໍ ຂອງລະບົບຂໍ້ມູນຂ່າວສານພູມສາດທີ່ມີປະໂຫຍດ ແລະ ທັນສະໄໝ. ມັນເປັນການປະຢັດຊັບພະຍາກອນ ທີ່ຈະຖືກນໍາໃຊ້ໃນການປະສານງານ ແລະຄວາມພະຍາຍາມຂອງໜ່ວຍງານລັດທັງໝົດ ທີ່ເຮັດວຽກກ່ຽວກັບຂໍ້ມູນຂ່າວສານພູມສາດ, ແລະ ຍັງເປັນການຊ່ວຍໃຫ້ແກ່ວຽກງານດ້ານການພັດທະນາຂອງປະເທດເຮົາ ນໍາອີກ.”
ຜູ້ເຂົ້າຮ່ວມປະກອບດ້ວຍຜູ້ຕາງໜ້າຈາກ ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງພາຍໃນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາທິການ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສູນສະຖິຕິແຫ່ງຊາດ.
ໃນລະຫ່ວາງກອງປະຊຸມ, ຜູ້ຕາງໜ້າຈາກກະຊວງຕ່າງໆ ໄດ້ນໍາສະເໜີກ່ຽວກັບຮູບແບບ ແລະ ວິທີການໃນການເກັບກໍາ, ສ້າງ, ນໍາໃຊ້ ແລະ ຮັກສາຂໍ້ມູນຂອງຕົນ. ໃນມື້ທີສອງຂອງກອງປະຊຸມ, ໄດ້ມີການສົນທະນາກຸ່ມກ່ຽວກັບຮ່າງນະໂຍບາຍ ແລະ ມາດຕະຖານດ້ານວິຊາການກ່ຽວກັບການແລກປ່ຽນຂໍ້ມູນ.
ກອງປະຊຸມໄດ້ຮັບການສະໜັບສະໜູນໂດຍ ໂຄງການສ້າງຄວາມເຂັ້ມແຂງດ້ານການບໍລິຫານຂໍ້ມູນແຜນທີ່ຢູ່ ສປປ ລາວ ເຊິ່ງເປັນທຶນຊ່ວຍເຫຼືອຈາກລັດຖະບານແຟັງລັງ (SNGS).